Jump to Content

ຄູ່ມືຄວາມເປັນສ່ວນຕົວຂອງ Family Link ສຳລັບເດັກນ້ອຍ ແລະ ໄວຮຸ່ນ

ເລືອກອາຍຸຂອງທ່ານ

ອາຍຸ 6-8 ປີ
ອາຍຸ 9-12 ປີ
ອາຍຸ 13-17 ປີ

ອາຍຸ 6-8 ປີ

ຕ້ອງການຮູ້ກ່ຽວກັບຄວາມເປັນສ່ວນຕົວຂອງທ່ານຢູ່ Google ບໍ?

ທ່ານມາຖືກບ່ອນແລ້ວ! ອ່ານຄຳຖາມທີ່ເດັກນ້ອຍມັກຖາມ, ເຊັ່ນຜູ້ປົກຄອງຈະຊ່ວຍເຫຼືອເລື່ອງຕ່າງໆໃນ Google ຂອງທ່ານແນວໃດ, Google ໃຊ້ຂໍ້ມູນຫຍັງ ແລະ ອື່ນໆ.

ຜູ້ປົກຄອງ, ຂໍ້ມູນນີ້ໃຊ້ກັບ ບັນຊີ Google ທີ່ຈັດການດ້ວຍ Family Link, ສຳລັບເດັກນ້ອຍທີ່ອາຍຸຕ່ຳກວ່າ 13 ປີເທົ່ານັ້ນ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງທ່ານ). ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງທີ່ ແຈ້ງການຄວາມເປັນສ່ວນຕົວ ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

ໃຜເປັນຜູ້ຮັບຜິດຊອບບັນຊີຂອງຂ້ອຍ?

ຜູ້ປົກຄອງຂອງທ່ານຮັບຜິດຊອບບັນຊີ Google ຂອງທ່ານ. ເຂົາເຈົ້າສາມາດໃຊ້ແອັບທີ່ເອີ້ນວ່າ Family Link ເພື່ອຊ່ວຍຈັດການມັນໄດ້. ທ່ານຈະສາມາດຈັດການກັບບັນຊີຂອງທ່ານໄດ້ເມື່ອທ່ານມີອາຍຸຫຼາຍຂຶ້ນ.

ພໍ່ແມ່ຂອງທ່ານສາມາດເຮັດສິ່ງຕ່າງໆໄດ້ ເຊັ່ນ:
  • ເຂົ້າສູ່ລະບົບບັນຊີຂອງທ່ານ, ປ່ຽນລະຫັດຜ່ານບັນຊີຂອງທ່ານ ຫຼື ລຶບບັນຊີຂອງທ່ານ.
  • ລັອກໂທລະສັບ ຫຼື ແທັບເລັດຂອງທ່ານ.
  • ເບິ່ງວ່າໂທລະສັບ ຫຼື ແທັບເລັດຂອງທ່ານຢູ່ໃສ.
  • ເລືອກວ່າທ່ານສາມາດໃຊ້ແອັບຫຍັງໄດ້.
  • ເບິ່ງວ່າທ່ານໃຊ້ແອັບດົນປານໃດແລ້ວ.
  • ປ່ຽນແປງສິ່ງທີ່ທ່ານເຫັນໃນແອັບ Google ບາງຢ່າງ ເຊັ່ນ: Google ຊອກຫາ, YouTube ຫຼື Google Play.
  • ເລືອກການຄວບຄຸມການເຄື່ອນໄຫວຂອງທ່ານ. (ສິ່ງເຫຼົ່ານີ້ແມ່ນການຕັ້ງຄ່າທີ່ບັນທຶກຂໍ້ມູນກ່ຽວກັບສິ່ງທີ່ທ່ານເຮັດກັບ Google.)
  • ເລືອກການຕັ້ງຄ່າ ແລະ ການອະນຸຍາດສຳລັບແອັບຂອງທ່ານ.
  • ເລືອກຊື່, ວັນເກີດ ແລະ ຂໍ້ມູນອື່ນໆສຳລັບບັນຊີຂອງທ່ານ.
  • ເລືອກວ່າທ່ານສາມາດດາວໂຫຼດ ຫຼື ຊື້ຫຍັງໄດ້ຢູ່ໃນບາງຜະລິດຕະພັນຂອງ Google ເຊັ່ນ: Google Play.

Google ໃຊ້ຂໍ້ມູນຂອງຂ້ອຍແນວໃດ ແລະ ເປັນຫຍັງ?

ພວກເຮົາອາດບັນທຶກຂໍ້ມູນທີ່ທ່ານ ຫຼື ຜູ້ປົກຄອງຂອງທ່ານມອບໃຫ້ພວກເຮົາ ເຊັ່ນ: ຊື່ ແລະ ວັນເກີດຂອງທ່ານ. ນອກຈາກນັ້ນ, ພວກເຮົາຍັງບັນທຶກຂໍ້ມູນເມື່ອທ່ານນຳໃຊ້ແອັບ ແລະ ເວັບໄຊຂອງພວກເຮົານຳ. ພວກເຮົາເຮັດວຽກໜັກເພື່ອຮັກສາຂໍ້ມູນນີ້ໃຫ້ປອດໄພ ແລະ ພວກເຮົາໃຊ້ມັນເພື່ອເຫດຜົນຕ່າງໆ ເຊັ່ນ: ການເຮັດໃຫ້ແອັບ ແລະ ເວັບໄຊ Google ມີປະໂຫຍດຫຼາຍຂຶ້ນ.

ກັບຜູ້ປົກຄອງຂອງທ່ານ, ສຶກສາເພີ່ມເຕີມກ່ຽວກັບວິທີທີ່ພວກເຮົາອາດໃຊ້ຂໍ້ມູນຂອງທ່ານ:
  • ເຮັດໃຫ້ແອັບ ແລະ ເວັບໄຊຂອງພວກເຮົານຳໃຊ້ໄດ້: ຍົກຕົວຢ່າງ, ຖ້າທ່ານຊອກຫາ "ລູກໝາ" ຢູ່ Google ຊອກຫາ, ພວກເຮົາຈະໃຊ້ຂໍ້ມູນຂອງທ່ານເພື່ອສະແດງສິ່ງຕ່າງໆໃຫ້ທ່ານເຫັນກ່ຽວກັບລູກໝາ.
  • ເຮັດໃຫ້ແອັບ ແລະ ເວັບໄຊຂອງພວກເຮົາດີຂຶ້ນ: ຍົກຕົວຢ່າງ, ຖ້າມີຫຍັງບົກຜ່ອງ, ພວກເຮົາສາມາດໃຊ້ຂໍ້ມູນເພື່ອແກ້ໄຂມັນ.
  • ປົກປ້ອງ Google, ຜູ້ໃຊ້ຂອງພວກເຮົາ ແລະ ສາທາລະນະ: ພວກເຮົາໃຊ້ຂໍ້ມູນເພື່ອໃຫ້ຄົນທີ່ອອນລາຍປອດໄພຍິ່ງຂຶ້ນ.
  • ສ້າງແອັບ ແລະ ເວັບໄຊໃໝ່: ພວກເຮົາສຶກສາວິທີທີ່ຄົນໃຊ້ແອັບ ແລະ ເວັບໄຊປັດຈຸບັນຂອງພວກເຮົາເພື່ອຮັບແນວຄິດສຳລັບສິ່ງໃໝ່ຂອງ Google ທີ່ພວກເຮົາສາມາດສ້າງໄດ້.
  • ສະແດງໃຫ້ທ່ານເຫັນສິ່ງທີ່ທ່ານອາດຈະມັກ: ຍົກຕົວຢ່າງ, ຖ້າທ່ານມັກເບິ່ງວິດີໂອສັດຢູ່ YouTube Kids, ພວກເຮົາອາດສະແດງໃຫ້ທ່ານເພີ່ມເຕີມ.
  • ສະແດງໂຄສະນາໃຫ້ທ່ານເຫັນ ໂດຍອີງຕາມສິ່ງຕ່າງໆເຊັ່ນເວັບໄຊທີ່ທ່ານຢູ່.
  • ສື່ສານກັບທ່ານ: ຍົກຕົວຢ່າງ, ພວກເຮົາອາດນຳໃຊ້ທີ່ຢູ່ອີເມວຂອງທ່ານເພື່ອສົ່ງຂໍ້ຄວາມຫາທ່ານ. ຖາມຜູ້ປົກຄອງສະເໝີກ່ອນທີ່ຈະເປີດຂໍ້ຄວາມຈາກບຸກຄົນໃດໜຶ່ງທີ່ທ່ານບໍ່ຮູ້ຈັກ.

ຂ້ອຍສາມາດບອກ Google ວ່າຕ້ອງບັນທຶກຫຍັງໄດ້ບໍ່?

ແມ່ນແລ້ວ, ທ່ານສາມາດປ່ຽນບາງສິ່ງບາງຢ່າງທີ່ພວກເຮົາບັນທຶກກ່ຽວກັບທ່ານ. ຖ້າທ່ານປ່ຽນແປງບາງຢ່າງໃນການຕັ້ງຄ່າຄວາມເປັນສ່ວນຕົວຂອງທ່ານ, ເຊັ່ນການຄວບຄຸມການເຄື່ອນໄຫວ, ພວກເຮົາຈະບອກໃຫ້ຜູ້ປົກຄອງຂອງທ່ານຮູ້. ພວກເຂົາສາມາດຊ່ວຍທ່ານ ປ່ຽນແປງການຕັ້ງຄ່າຂອງທ່ານ, ເຊັ່ນກັນ.

ທ່ານ ແລະ ຜູ້ປົກຄອງຂອງທ່ານສາມາດ ເບິ່ງ ແລະ ຈັດການ ຂໍ້ມູນບາງຢ່າງກ່ຽວກັບທ່ານ ແລະ ບັນຊີ Google ຂອງທ່ານໄດ້ຢູ່ສະເໝີ.

Google ເຄີຍແບ່ງປັນຂໍ້ມູນສ່ວນຕົວຂອງຂ້ອຍກັບຄົນອື່ນບໍ່?

ມີສອງສາມເຫດຜົນທີ່ພວກເຮົາອາດຈະຕ້ອງແບ່ງປັນຂໍ້ມູນສ່ວນຕົວຂອງທ່ານ ເຊັ່ນ: ຊື່ຂອງທ່ານ, ຢູ່ນອກ Google. ຖ້າພວກເຮົາແບ່ງປັນຂໍ້ມູນນີ້, ພວກເຮົາຈະເຮັດຕາມຂັ້ນຕອນເພື່ອໃຫ້ແນ່ໃຈວ່າຂໍ້ມູນຖືກປົກປ້ອງໄວ້.

ພວກເຮົາອາດແບ່ງປັນຂໍ້ມູນສ່ວນຕົວບາງຢ່າງ:
  • ກັບຜູ້ປົກຄອງ ແລະ ກຸ່ມຄອບຄົວຂອງທ່ານຢູ່ Google
  • ກັບບໍລິສັດທີ່ພວກເຮົາເຮັດວຽກນຳ
  • ເມື່ອຜູ້ປົກຄອງຂອງທ່ານບອກພວກເຮົາວ່າບໍ່ເປັນຫຍັງ
  • ເມື່ອພວກເຮົາຈຳເປັນຕ້ອງໃຊ້ສຳລັບເຫດຜົນທາງກົດໝາຍ

ໃຜອີກທີ່ສາມາດເຫັນວ່າຂ້ອຍແບ່ງປັນຫຍັງທາງອອນລາຍ?

ທຸກສິ່ງທີ່ທ່ານແບ່ງປັນທາງອອນລາຍ, ເຊັ່ນອີເມວ ຫຼື ຮູບພາບ, ຈະສາມາດເຫັນໄດ້ໂດຍຫຼາຍຄົນ. ກະລຸນາແບ່ງປັນກັບຄົນທີ່ທ່ານໄວ້ວາງໃຈເທົ່ານັ້ນ. ຖ້າທ່ານບໍ່ແນ່ໃຈ, ກະລຸນາຖາມຜູ້ປົກຄອງ ຫຼື ສະມາຊິກຄອບຄົວຂອງທ່ານ.

ຕ້ອງການສຶກສາເພີ່ມເຕີມບໍ? ຂໍໃຫ້ຜູ້ປົກຄອງຂອງທ່ານຊ່ວຍອ່ານ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

ອາຍຸ 9-12 ປີ

ຕ້ອງການຮູ້ກ່ຽວກັບຄວາມເປັນສ່ວນຕົວຂອງທ່ານຢູ່ Google ບໍ?

ທ່ານມາຖືກບ່ອນແລ້ວ! ທີ່ນີ້ແມ່ນບ່ອນທີ່ທ່ານສາມາດສຶກສາວິທີທີ່ Google ເກັບກຳ ແລະ ໃຊ້ຂໍ້ມູນໃນຂະນະທີ່ທ່ານໃຊ້ແອັບ ແລະ ເວັບໄຊຂອງພວກເຮົາ. ທ່ານຍັງຈະໄດ້ສຶກສາວ່າຜູ້ປົກຄອງຂອງທ່ານຊ່ວຍທ່ານຈັດການບັນຊີ Google ແລະ ອຸປະກອນຂອງທ່ານແນວໃດ.

ຜູ້ປົກຄອງ, ຂໍ້ມູນນີ້ໃຊ້ກັບ ບັນຊີ Google ທີ່ຈັດການດ້ວຍ Family Link, ສຳລັບເດັກນ້ອຍທີ່ອາຍຸຕ່ຳກວ່າ 13 ປີເທົ່ານັ້ນ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງທ່ານ). ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງທີ່ ແຈ້ງການຄວາມເປັນສ່ວນຕົວ ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

ໃຜເປັນຜູ້ຮັບຜິດຊອບບັນຊີຂອງຂ້ອຍ?

ຕອນນີ້, ຜູ້ປົກຄອງຂອງທ່ານແມ່ນຜູ້ຮັບຜິດຊອບບັນຊີ Google ຂອງທ່ານ. ເຂົາເຈົ້າສາມາດໃຊ້ແອັບທີ່ເອີ້ນວ່າ Family Link ເພື່ອຊ່ວຍຈັດການບັນຊີຂອງທ່ານຈົນກວ່າທ່ານຈະມີອາຍຸພຽງພໍໃນການຈັດການດ້ວຍຕົວຂອງທ່ານເອງ.

ພໍ່ແມ່ຂອງທ່ານສາມາດເຮັດສິ່ງຕ່າງໆໄດ້ ເຊັ່ນ:
  • ເຂົ້າສູ່ລະບົບບັນຊີຂອງທ່ານ, ປ່ຽນລະຫັດຜ່ານບັນຊີຂອງທ່ານ ຫຼື ລຶບບັນຊີຂອງທ່ານ.
  • ຕັ້ງຄ່າຂີດຈຳກັດວ່າທ່ານສາມາດໃຊ້ອຸປະກອນຂອງທ່ານ ເຊັ່ນ: ໂທລະສັບ ຫຼື ແທັບເລັດໄດ້ຕອນໃດ ແລະ ດົນປານໃດ.
  • ເບິ່ງວ່າໂທລະສັບ ຫຼື ແທັບເລັດຂອງທ່ານຢູ່ໃສ.
  • ເລືອກແອັບທີ່ທ່ານສາມາດນຳໃຊ້.
  • ເບິ່ງວ່າທ່ານໃຊ້ແອັບດົນປານໃດແລ້ວ.
  • ຈັດການການຕັ້ງຄ່າເນື້ອໃນສຳລັບແອັບ ແລະ ເວັບໄຊ Google ບາງຢ່າງ ເຊັ່ນ: Google ຊອກຫາ, YouTube ຫຼື Google Play. ການຕັ້ງຄ່າເຫຼົ່ານີ້ສາມາດປ່ຽນແປງສິ່ງທີ່ທ່ານເຫັນໄດ້.
  • ຈັດການການຄວບຄຸມການເຄື່ອນໄຫວສຳລັບບັນຊີຂອງທ່ານ ເຊັ່ນ: ປະຫວັດ YouTube, ຮວມທັງການບລັອກທ່ານຈາກການຈັດການຄວບຄຸມສິ່ງເຫຼົ່ານີ້ດ້ວຍຕົວຂອງທ່ານເອງ.
  • ກວດສອບການອະນຸຍາດສຳລັບແອັບຢູ່ໂທລະສັບ ຫຼື ແທັບເລັດຂອງທ່ານ ເຊັ່ນ: ແອັບສາມາດໃຊ້ໄມໂຄຣໂຟນ, ກ້ອງຖ່າຍຮູບ ຫຼື ລາຍຊື່ຕິດຕໍ່ຂອງທ່ານໄດ້ຫຼືບໍ່.
  • ເບິ່ງ, ປ່ຽນແປງ ຫຼື ລຶບຂໍ້ມູນກ່ຽວກັບບັນຊີຂອງທ່ານ ເຊັ່ນ: ຊື່, ເພດ ຫຼື ວັນເກີດຂອງທ່ານ.
  • ອະນຸມັດການດາວໂຫຼດ ແລະ ການຊື້ຂອງທ່ານໃນແອັບ ແລະ ເວັບໄຊ Google ບາງຢ່າງ ເຊັ່ນ: Google Play.

Google ໃຊ້ຂໍ້ມູນຂອງຂ້ອຍແນວໃດ ແລະ ເປັນຫຍັງ?

ຄືກັບເວັບໄຊ ແລະ ສ່ວນໃຫຍ່, ພວກເຮົາເກັບກຳຂໍ້ມູນທີ່ທ່ານ ຫຼື ຜູ້ປົກຄອງຂອງທ່ານມອບໃຫ້ພວກເຮົາ ເຊັ່ນ: ຊື່ ແລະ ວັນເກີດຂອງທ່ານ, ແລະ ພວກເຮົາເກັບກຳຂໍ້ມູນໃນເວລາທີ່ທ່ານໃຊ້ແອັບ ແລະ ເວັບໄຊຂອງພວກເຮົາ. ພວກເຮົາເຮັດວຽກໜັກເພື່ອຮັກສາຂໍ້ມູນນີ້ໃຫ້ປອດໄພ ແລະ ພວກເຮົາໃຊ້ມັນເພື່ອສິ່ງຕ່າງໆ ເຊັ່ນ: ການເຮັດໃຫ້ຜະລິດຕະພັນຂອງພວກເຮົາມີປະໂຫຍດຕໍ່ທ່ານຫຼາຍຂຶ້ນ. ຍົກຕົວຢ່າງ, ພວກເຮົາເກັບກຳຂໍ້ມູນເພື່ອ:
  • ເຮັດໃຫ້ແອັບ ແລະ ເວັບໄຊຂອງພວກເຮົານຳໃຊ້ໄດ້: ຍົກຕົວຢ່າງ, ຖ້າທ່ານຊອກຫາ "ກິລາ" ຢູ່ Google ຊອກຫາ, ພວກເຮົາຈະໃຊ້ຂໍ້ມູນຂອງທ່ານເພື່ອສະແດງສິ່ງຕ່າງໆໃຫ້ທ່ານເຫັນກ່ຽວກັບກິລາ.
  • ເຮັດໃຫ້ແອັບ ແລະ ເວັບໄຊຂອງພວກເຮົາດີຂຶ້ນ: ຍົກຕົວຢ່າງ, ຖ້າມີຫຍັງບົກຜ່ອງ, ພວກເຮົາສາມາດໃຊ້ຂໍ້ມູນເພື່ອແກ້ໄຂມັນ.
  • ປົກປ້ອງ Google, ຜູ້ໃຊ້ຂອງພວກເຮົາ ແລະ ສາທາລະນະ: ພວກເຮົາໃຊ້ຂໍ້ມູນເພື່ອໃຫ້ຄົນທີ່ອອນລາຍປອດໄພຍິ່ງຂຶ້ນ ເຊັ່ນ: ການກວດຈັບ ແລະ ການປ້ອງກັນການສໍ້ໂກງ.
  • ສ້າງແອັບ ແລະ ເວັບໄຊໃໝ່: ພວກເຮົາສຶກສາວິທີທີ່ຄົນໃຊ້ແອັບ ແລະ ເວັບໄຊປັດຈຸບັນຂອງພວກເຮົາເພື່ອຮັບແນວຄິດສຳລັບຜະລິດຕະພັນໃໝ່ຂອງ Google ທີ່ພວກເຮົາສາມາດສ້າງໄດ້.
  • ປັບແຕ່ງຂໍ້ມູນໃຫ້ເປັນແບບສ່ວນຕົວສຳລັບທ່ານ, ເຊິ່ງໝາຍເຖິງການສະແດງສິ່ງທີ່ພວກເຮົາຄິດວ່າທ່ານອາດມັກ. ຍົກຕົວຢ່າງ, ຖ້າທ່ານມັກເບິ່ງວິດີໂອສັດຢູ່ YouTube Kids ພວກເຮົາອາດແນະນຳວິດີໂອເພີ່ມເຕີມໃຫ້.
  • ສະແດງໂຄສະນາໃຫ້ທ່ານເຫັນ ໂດຍອີງຕາມສິ່ງຕ່າງໆເຊັ່ນເວັບໄຊທີ່ທ່ານຢູ່.
  • ສື່ສານກັບທ່ານ: ຍົກຕົວຢ່າງ, ພວກເຮົາອາດໃຊ້ທີ່ຢູ່ອີເມວຂອງທ່ານເພື່ອສົ່ງຂໍ້ຄວາມໃຫ້ທ່ານ ເຊັ່ນ: ຖ້າມີບັນຫາດ້ານຄວາມປອດໄພ. ຖາມຜູ້ປົກຄອງສະເໝີກ່ອນທີ່ຈະເປີດຂໍ້ຄວາມຈາກບຸກຄົນໃດໜຶ່ງທີ່ທ່ານບໍ່ຮູ້ຈັກ.

ຂ້ອຍສາມາດບອກ Google ວ່າຕ້ອງບັນທຶກຫຍັງໄດ້ບໍ່?

ແມ່ນແລ້ວ, ທ່ານສາມາດປ່ຽນບາງສິ່ງບາງຢ່າງທີ່ພວກເຮົາບັນທຶກກ່ຽວກັບທ່ານ. ຍົກຕົວຢ່າງ, ຖ້າທ່ານບໍ່ຕ້ອງການໃຫ້ພວກເຮົາບັນທຶກປະຫວັດ YouTube ຂອງທ່ານໃສ່ບັນຊີ Google ຂອງທ່ານ, ທ່ານສາມາດປິດປະຫວັດ YouTube. ຖ້າທ່ານປ່ຽນແປງການຕັ້ງຄ່າຄວາມເປັນສ່ວນຕົວບາງຢ່າງ, ເຊັ່ນການຄວບຄຸມການເຄື່ອນໄຫວ, ພວກເຮົາຈະບອກໃຫ້ຜູ້ປົກຄອງຂອງທ່ານຮູ້. ພວກເຂົາສາມາດຊ່ວຍທ່ານ ປ່ຽນແປງການຕັ້ງຄ່າຂອງທ່ານ, ເຊັ່ນກັນ.

ທ່ານ ແລະ ຜູ້ປົກຄອງຂອງທ່ານສາມາດ ເບິ່ງ ແລະ ຈັດການ ຂໍ້ມູນບາງຢ່າງກ່ຽວກັບທ່ານ ແລະ ບັນຊີ Google ຂອງທ່ານໄດ້ຢູ່ສະເໝີ.

Google ເຄີຍແບ່ງປັນຂໍ້ມູນສ່ວນຕົວຂອງຂ້ອຍກັບຄົນອື່ນບໍ່?

ມີສອງສາມເຫດຜົນທີ່ພວກເຮົາອາດຈະຕ້ອງແບ່ງປັນຂໍ້ມູນສ່ວນຕົວຂອງທ່ານ, ເຊັ່ນຊື່ ແລະ ທີ່ຢູ່ອີເມວຂອງທ່ານ ຢູ່ນອກ Google. ຖ້າພວກເຮົາແບ່ງປັນຂໍ້ມູນນີ້, ພວກເຮົາຈະເຮັດຕາມຂັ້ນຕອນເພື່ອໃຫ້ແນ່ໃຈວ່າຂໍ້ມູນຖືກປົກປ້ອງໄວ້.

ພວກເຮົາອາດແບ່ງປັນຂໍ້ມູນສ່ວນຕົວຈຳນວນໜຶ່ງ:
  • ກັບຜູ້ປົກຄອງ ແລະ ກຸ່ມຄອບຄົວຂອງທ່ານຢູ່ Google
  • ກັບບໍລິສັດທີ່ພວກເຮົາເຮັດວຽກນຳ
  • ເມື່ອຜູ້ປົກຄອງຂອງທ່ານບອກພວກເຮົາວ່າບໍ່ເປັນຫຍັງ
  • ເມື່ອພວກເຮົາຈຳເປັນຕ້ອງໃຊ້ສຳລັບເຫດຜົນທາງກົດໝາຍ

ໃຜອີກທີ່ສາມາດເຫັນວ່າຂ້ອຍແບ່ງປັນຫຍັງທາງອອນລາຍ?

ທຸກສິ່ງທີ່ທ່ານແບ່ງປັນທາງອອນລາຍ, ເຊັ່ນອີເມວ ຫຼື ຮູບພາບ, ຈະສາມາດເຫັນໄດ້ໂດຍຫຼາຍຄົນ. ເມື່ອສິ່ງໃດໜຶ່ງຖືກແບ່ງປັນທາງອອນລາຍແລ້ວ, ມັນຍາກທີ່ຈະລຶບອອກ. ກະລຸນາແບ່ງປັນກັບຄົນທີ່ທ່ານໄວ້ວາງໃຈເທົ່ານັ້ນ. ຖ້າທ່ານບໍ່ແນ່ໃຈ, ກະລຸນາຖາມຜູ້ປົກຄອງ ຫຼື ສະມາຊິກຄອບຄົວຂອງທ່ານ.

ຕ້ອງການສຶກສາເພີ່ມເຕີມບໍ? ຂໍໃຫ້ຜູ້ປົກຄອງຂອງທ່ານຊ່ວຍອ່ານ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

ອາຍຸ 13-17 ປີ

ຕ້ອງການຮູ້ກ່ຽວກັບຄວາມເປັນສ່ວນຕົວຂອງທ່ານຢູ່ Google ບໍ?

ທີ່ນີ້ແມ່ນບ່ອນທີ່ທ່ານສາມາດສຶກສາວິທີທີ່ Google ເກັບກຳ ແລະ ໃຊ້ຂໍ້ມູນໃນຂະນະທີ່ທ່ານໃຊ້ແອັບ ແລະ ເວັບໄຊຂອງພວກເຮົາ. ທ່ານຍັງຈະໄດ້ສຶກສາວ່າຜູ້ປົກຄອງຂອງທ່ານຊ່ວຍທ່ານຈັດການບັນຊີ Google ແລະ ອຸປະກອນຂອງທ່ານແນວໃດ.

ຂໍ້ມູນນີ້ໃຊ້ກັບ ບັນຊີ Google ທີ່ຈັດການດ້ວຍ Family Link, ສຳລັບເດັກນ້ອຍ ແລະ ໄວຮຸ່ນ ພາຍໃຕ້ຂໍ້ກຳນົດອາຍຸຂັ້ນຕ້ຳໃນການຈັດການບັນຊີຂອງພວກເຂົາເອງເທົ່ານັ້ນ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງທີ່ ແຈ້ງການຄວາມເປັນສ່ວນຕົວ ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

ຜູ້ປົກຄອງຂອງຂ້ອຍຊ່ວຍຈັດການບັນຊີຂອງຂ້ອຍໄດ້ບໍ່?

ຜູ້ປົກຄອງຂອງທ່ານສາມາດໃຊ້ແອັບທີ່ເອີ້ນວ່າ Family Link ເພື່ອຊ່ວຍຈັດການດ້ານຕ່າງໆຂອງບັນຊີ Google ຂອງທ່ານໄດ້. ຂຶ້ນກັບອຸປະກອນຂອງທ່ານ, ເຂົາເຈົ້າສາມາດເຮັດສິ່ງຕ່າງໆໄດ້ ເຊັ່ນ:

  • ເຂົ້າສູ່ລະບົບບັນຊີຂອງທ່ານ, ປ່ຽນລະຫັດຜ່ານບັນຊີຂອງທ່ານ ຫຼື ລຶບບັນຊີຂອງທ່ານ.
  • ຕັ້ງຂີດຈຳກັດວ່າທ່ານສາມາດໃຊ້ອຸປະກອນຂອງທ່ານໄດ້ດົນປານໃດ ແລະ ຕອນໃດ.
  • ເບິ່ງສະຖານທີ່ຂອງອຸປະກອນທີ່ທ່ານລົງຊື່ເຂົ້າໃຊ້ ແລະ ນຳໃຊ້ຢູ່.
  • ຈັດການແອັບຂອງທ່ານ ແລະ ເບິ່ງວ່າທ່ານນຳໃຊ້ພວກມັນດົນປານໃດ.
  • ຈັດການການຕັ້ງຄ່າເນື້ອໃນສຳລັບແອັບ ແລະ ເວັບໄຊ Google ບາງຢ່າງ ເຊັ່ນ: Google ຊອກຫາ, YouTube ຫຼື Google Play. ການຕັ້ງຄ່າເຫຼົ່ານີ້ສາມາດປ່ຽນແປງສິ່ງທີ່ທ່ານເຫັນໄດ້.
  • ຈັດການການຄວບຄຸມການເຄື່ອນໄຫວສຳລັບບັນຊີຂອງທ່ານ ເຊັ່ນ: ປະຫວັດ YouTube, ຮວມທັງການບລັອກທ່ານຈາກການຈັດການຄວບຄຸມສິ່ງເຫຼົ່ານີ້ດ້ວຍຕົວຂອງທ່ານເອງ.
  • ກວດສອບການອະນຸຍາດສຳລັບແອັບຢູ່ອຸປະກອນຂອງທ່ານ ເຊັ່ນ: ແອັບສາມາດນຳໃຊ້ໄມໂຄຣໂຟນ, ກ້ອງຖ່າຍຮູບ ຫຼື ລາຍຊື່ຜູ້ຕິດຕໍ່ຂອງທ່ານ.
  • ເບິ່ງ, ປ່ຽນແປງ ຫຼື ລຶບຂໍ້ມູນກ່ຽວກັບບັນຊີຂອງທ່ານ ເຊັ່ນ: ຊື່, ເພດ ຫຼື ວັນເກີດຂອງທ່ານ.
  • ອະນຸມັດການດາວໂຫຼດ ແລະ ການຊື້ຂອງທ່ານໃນແອັບ ແລະ ເວັບໄຊ Google ບາງຢ່າງ ເຊັ່ນ: Google Play.

Google ເກັບກຳ ແລະ ໃຊ້ຂໍ້ມູນຂອງຂ້ອຍແນວໃດ ແລະ ເປັນຫຍັງ?

ຄືກັບເວັບໄຊ ແລະ ສ່ວນໃຫຍ່, ພວກເຮົາເກັບກຳຂໍ້ມູນທີ່ທ່ານ ຫຼື ຜູ້ປົກຄອງຂອງທ່ານມອບໃຫ້ພວກເຮົາ ເຊັ່ນ: ຊື່ ແລະ ວັນເກີດຂອງທ່ານ, ແລະ ພວກເຮົາເກັບກຳຂໍ້ມູນໃນເວລາທີ່ທ່ານໃຊ້ແອັບ ແລະ ເວັບໄຊຂອງພວກເຮົາ. ພວກເຮົາເຮັດວຽກໜັກເພື່ອຮັກສາຂໍ້ມູນນີ້ໃຫ້ປອດໄພ ແລະ ພວກເຮົາໃຊ້ມັນເພື່ອສິ່ງຕ່າງໆ ເຊັ່ນ: ການເຮັດໃຫ້ຜະລິດຕະພັນຂອງພວກເຮົາມີປະໂຫຍດຕໍ່ທ່ານຫຼາຍຂຶ້ນ. ຍົກຕົວຢ່າງ, ພວກເຮົາເກັບກຳຂໍ້ມູນເພື່ອ:

  • ປົກປ້ອງ Google, ຜູ້ໃຊ້ຂອງພວກເຮົາ ແລະ ສາທາລະນະ: ພວກເຮົາໃຊ້ຂໍ້ມູນເພື່ອໃຫ້ຄົນທີ່ອອນລາຍປອດໄພຍິ່ງຂຶ້ນ ເຊັ່ນ: ການກວດຈັບ ແລະ ການປ້ອງກັນການສໍ້ໂກງ.
  • ໃຫ້ບໍລິການຂອງພວກເຮົາ: ພວກເຮົາໃຊ້ຂໍ້ມູນເພື່ອໃຫ້ບໍລິການຂອງພວກເຮົາ ເຊັ່ນ: ການປະມວນຜົນຄຳທີ່ທ່ານຊອກຫາເພື່ອສະແດງຜົນ.
  • ຮັກສາ ແລະ ປັບປຸງບໍລິການຂອງພວກເຮົາ: ຍົກຕົວຢ່າງ, ພວກເຮົາສາມາດຕິດຕາມເມື່ອຜະລິດຕະພັນຂອງພວກເຮົາຢຸດການເຮັດວຽກຕາມທີ່ພວກມັນຄວນຈະເປັນ. ແລະ ການສ້າງຄວາມເຂົ້າໃຈວ່າຄຳຊອກຫາໃດທີ່ມັກສະກົດຜິດເລື້ອຍໆ ຊ່ວຍໃຫ້ພວກເຮົາປັບປຸງຄຸນສົມບັດການກວດຄຳຜິດທີ່ໃຊ້ໃນບໍລິການຕ່າງໆຂອງພວກເຮົາ.
  • ພັດທະນາບໍລິການໃໝ່ໆ: ຂໍ້ມູນຊ່ວຍໃຫ້ພວກເຮົາພັດທະນາບໍລິການໃໝ່ໆ. ຍົກຕົວຢ່າງ, ການສ້າງຄວາມເຂົ້າໃຈວິທີທີ່ຄົນຈັດການກັບຮູບພາບຂອງພວກເຂົາໃນແອັບຮູບພາບທຳອິດຂອງ Google, Picasa, ໄດ້ຊ່ວຍໃຫ້ພວກເຮົາອອກແບບ ແລະ ເປີດໃຊ້ Google ຮູບພາບໄດ້ແນວໃດ.
  • ການປັບແຕ່ງເນື້ອຫາ, ເຊິ່ງໝາຍເຖິງການສະແດງສິ່ງຕ່າງໆທີ່ພວກເຮົາຄິດວ່າທ່ານອາດຈະມັກ. ຍົກຕົວຢ່າງ, ຖ້າທ່ານມັກເບິ່ງວິດີໂອກິລາຢູ່ YouTube ພວກເຮົາອາດແນະນຳວິດີໂອເພີ່ມເຕີມໃຫ້.
  • ສະແດງໂຄສະນາຂອງທ່ານ ໂດຍອີງຕາມເວັບໄຊທີ່ທ່ານຢູ່, ຄຳຊອກຫາທີ່ທ່ານປ້ອນໃສ່ ຫຼື ເມືອງ ແລະ ລັດຂອງທ່ານ.
  • ວັດແທກປະສິດທິພາບ: ພວກເຮົາໃຊ້ຂໍ້ມູນເພື່ອວັດແທກປະສິດທິພາບ ແລະ ສ້າງຄວາມເຂົ້າໃຈວ່າການບໍລິການຂອງພວກເຮົາຖືກໃຊ້ແນວໃດ.
  • ສື່ສານກັບທ່ານ: ຍົກຕົວຢ່າງ, ພວກເຮົາອາດໃຊ້ທີ່ຢູ່ອີເມວຂອງທ່ານເພື່ອສົ່ງການແຈ້ງເຕືອນທ່ານຖ້າວ່າພວກເຮົາກວດພົບການເຄື່ອນໄຫວທີ່ໜ້າສົງໄສ.

ຂ້ອຍຈະຕັດສິນໃຈແນວໃດວ່າ Google ຈະບັນທຶກຫຍັງ?

ດ້ວຍການຕັ້ງຄ່າຂອງທ່ານ, ທ່ານສາມາດຈຳກັດຂໍ້ມູນທີ່ພວກເຮົາເກັບກຳ ແລະ ວິທີການໃຊ້ຂໍ້ມູນນັ້ນ. ຍົກຕົວຢ່າງ, ຖ້າທ່ານບໍ່ຕ້ອງການໃຫ້ພວກເຮົາບັນທຶກປະຫວັດ YouTube ຂອງທ່ານໃສ່ບັນຊີ Google ຂອງທ່ານ, ທ່ານສາມາດປິດປະຫວັດ YouTube. ຜູ້ປົກຄອງຂອງທ່ານຈະໄດ້ຮັບການແຈ້ງເຕືອນຖ້າທ່ານປ່ຽນແປງການຄວບຄຸມການເຄື່ອນໄຫວຂອງທ່ານ. ສຶກສາເພີ່ມເຕີມກ່ຽວກັບການຕັ້ງຄ່າຄວາມເປັນສ່ວນຕົວຂອງທ່ານ

ທ່ານສາມາດ ເບິ່ງ ແລະ ຈັດການ ຂໍ້ມູນບາງຢ່າງກ່ຽວກັບທ່ານ ແລະ ບັນຊີຂອງທ່ານໄດ້ຢູ່ສະເໝີ.

Google ເຄີຍແບ່ງປັນຂໍ້ມູນສ່ວນຕົວຂອງຂ້ອຍກັບຄົນອື່ນບໍ່?

ພວກເຮົາຈະບໍ່ແບ່ງປັນຂໍ້ມູນສ່ວນຕົວຂອງທ່ານກັບບໍລິສັດ, ອົງການ ຫຼື ບຸກຄົນພາຍນອກ Google ຍົກເວັ້ນໃນບາງກໍລະນີ ເຊັ່ນ: ເມື່ອພວກເຮົາຈຳເປັນຕ້ອງເຮັດຕາມກົດໝາຍ. ຖ້າພວກເຮົາແບ່ງປັນຂໍ້ມູນນີ້, ພວກເຮົາຈະເຮັດຕາມຂັ້ນຕອນເພື່ອໃຫ້ແນ່ໃຈວ່າຂໍ້ມູນຖືກປົກປ້ອງໄວ້.

ພວກເຮົາອາດແບ່ງປັນຂໍ້ມູນສ່ວນຕົວບາງຢ່າງ:

  • ກັບຜູ້ປົກຄອງຂອງທ່ານ ແລະ ກຸ່ມຄອບຄົວຢູ່ Google.
  • ​​ເມື່ອທ່ານ ແລະ ຜູ້ປົກຄອງຂອງທ່ານໃຫ້ການອະນຸຍາດແກ່ພວກເຮົາ ຫຼື ສຳລັບເຫດຜົນທາງກົດໝາຍ. ພວກເຮົາຈະແບ່ງປັນຂໍ້ມູນສ່ວນຕົວພາຍນອກ Google ຖ້າພວກເຮົາເຊື່ອວ່າການໃຫ້ຂໍ້ມູນດັ່ງກ່າວອາດຈຳເປັນເພື່ອ:
    • ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ, ຂໍ້ບັງຄັບ, ຂັ້ນຕອນທາງກົດໝາຍ ຫຼື ຄຳຮ້ອງຂໍຈາກລັດຖະບານທີ່ບັງຄັບໃຊ້ໄດ້.
    • ບັງຄັບໃຊ້ຂໍ້ກຳນົດບໍລິການທີ່ກ່ຽວຂ້ອງ, ຮວມທັງການສືບຄົ້ນການລະເມີດທີ່ອາດຈະເກີດຂຶ້ນ.
    • ກວດຫາ, ປ້ອງກັນ ຫຼື ແກ້ໄຂການສໍ້ໂກງ, ຄວາມປອດໄພ ຫຼື ບັນຫາທາງເທັກນິກ.
    • ປົກປ້ອງບໍ່ໃຫ້ລະເມີດສິດ, ຊັບສິນ ຫຼື ຄວາມປອດໄພຂອງ Google, ຜູ້ໃຊ້ຂອງພວກເຮົາ ຫຼື ສາທາລະນະຕາມທີ່ກົດໝາຍລະບຸ ຫຼື ອະນຸຍາດໄວ້.
  • ສຳລັບການປະມວນຜົນພາຍນອກ. ພວກເຮົາໃຫ້ຂໍ້ມູນສ່ວນຕົວແກ່ບໍລິສັດທີ່ພວກເຮົາຮ່ວມເຮັດວຽກນຳເພື່ອປະມວນຜົນຂໍ້ມູນຕາມຄຳແນະນຳທີ່ພວກເຮົາໃຫ້ເຂົາເຈົ້າ. ຍົກຕົວຢ່າງ, ພວກເຮົານຳໃຊ້ບໍລິສັດພາຍນອກເພື່ອຊ່ວຍພວກເຮົາໃນການສະໜັບສະໜຸນລູກຄ້າ ແລະ ຕ້ອງແບ່ງປັນຂໍ້ມູນສ່ວນຕົວກັບບໍລິສັດໃນການຕອບກັບຄຳຖາມຂອງຜູ້ໃຊ້.

ໃຜອີກທີ່ຈະເຫັນສິ່ງທີ່ຂ້ອຍແບ່ງປັນ ເຊັ່ນ: ຮູບພາບ, ອີເມວ ແລະ ເອກະສານ?

ທ່ານສາມາດເລືອກທີ່ຈະແບ່ງປັນເນື້ອຫາສະເພາະກັບຄົນອື່ນໃນແອັບ ແລະ ເວັບໄຊຂອງ Google ທີ່ທ່ານນຳໃຊ້.

ຢ່າລືມວ່າເມື່ອທ່ານແບ່ງປັນ, ມັນມີຄວາມເປັນໄປທີ່ຄົນອື່ນຈະແບ່ງປັນຕໍ່, ບໍ່ວ່າຈະຢູ່ໃນແອັບ ແລະ ຢູ່ເວັບໄຊນອກ Google ກໍຕາມ.

ທ່ານສາມາດລຶບເນື້ອໃນຂອງທ່ານເອງຈາກບັນຊີຂອງທ່ານໄດ້ທຸກເວລາ, ແຕ່ນີ້ຈະບໍ່ລຶບສຳເນົາທີ່ທ່ານໄດ້ແບ່ງປັນແລ້ວ.

ຄິດໃຫ້ຮອບຄອບກ່ຽວກັບສິ່ງທີ່ທ່ານແບ່ງປັນ, ແລະ ແບ່ງປັນກັບຄົນທີ່ທ່ານເຊື່ອຖືເທົ່ານັ້ນ.

ເພື່ອສຶກສາເພີ່ມເຕີມກ່ຽວກັບຫົວຂໍ້ເຫຼົ່ານີ້, ທ່ານສາມາດເຂົ້າເບິ່ງ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາໄດ້ຢູ່ສະເໝີ.